top of page

 ກ່ຽວກັບພວກເຮົາ 

ຕົວຕົນຂອງເຮົາ

     OJEC Express ເປັນບໍລິການຂົນສົ່ງໃໝ່ ທີ່ເກີດຂຶ້ນໂດຍຄົນລາວ ເຊື້ອຊາດລາວເຮົາເອງ ທີ່ເລີ່ມເຂົ້າຕະຫລາດການຂົນສົ່ງຢ່າງເປັນທາງເປັນທາງການ ແຕ່ເຖິງແມ່ນວ່າຈະເປັນບໍລິການທີ່ຫາກໍເລີ່ມໃໝ່ກໍຕາມ ແຕ່ຝ່າຍການບໍລິຫານຂອງພວກເຮົາກໍມີຄວາມຮູ້ແລະປະສົບການທີ່ແຂງແກ່ນໜັກແໜ້ນເພື່ອບໍລິການທີ່ຊົງຄຸນນະພາບ, ພວກເຮົາມຸ້ງເນັ້ນໄປທີ່ຄວາມຕ້ອງການຂອງລູກຄ້າ ດ້ວຍການຮັບຟັງຄຳຮຽກຮ້ອງຂອງລູກຄ້າເພື່ອປັບປຸງລະບົບ ແລະບໍລິການໃຫ້ເໝາະສົມກັບຄວາມຕ້ອງການ ຄວາມມຸ້ງໝັ້ນຂອງພວກເຮົາຄືຄືການໃຫ້ບໍລິການທີ່ມີຄຸນນນະພາບ.

 ນິມິດຂອງພວກເຮົາ 

     OJEC Express ພະຍາຍາມທີ່ຈະນຳຄວາມສະດວກໃຫ້ແກ່ຊຸມຊົນ ບໍ່ວ່າຈະເປັນຊົນນະບົດ,ທ້ອງຖິ່ນແລະເຂດຫ່າງໄກຊອກຫຼີກທີ່ຍາກໃນການໃຫ້ບໍລິການ ແລະພວກເຮົາພະຍາມຍາມທີ່ຈະຂະຫຍາຍເຄື່ອຂ່າຍຂອງພວກເຮົາໃຫ້ຫຼາຍຂຶ້ນ ເພື່ອຕອບສະໜອງສິ່ງທີຊຸມຊົນຫຼືພີ່ນ້ອງຄົນລາວເຮົາໄດ້ຕ້ອງການ. ແລະນອກຈາກນີ້ພວກເຮົາຍັງຕ້ອງການໃຫ້ເຫັນວ່າ ຄົນລາວເຮົາເອງກໍສາມາດໃຫ້ບໍລິການໃຫ້ແກ່ພໍ່ແມ່ຍາດຕິພີ່ນ້ອງຊຸມຊົນຄົນລາວເຮົາອີກດ້ວຍ.

ຕີໂມທຽວ ວົງສຳລານ.jpg
31073360_389573221453089_7131129150114365440_n.jpg
inbound1911670633675524653_edited.jpg

ທ້າວ ນ້ອຍເພັດ ວົງສຳລານ

Office Manager

ນາງ ສຸວິສອນ ວົງສຳລານ

Customer Support

ທ້າວ ຕີໂມທຽວ ວົງສຳລານ

Fount and  CEO

Call 

+856 2078722006

Follow

  • Facebook
bottom of page