top of page

ບໍລິສັດ ໂອເຈັກ ເອັກເພຣສ໌ ຈຳກັດ
ຂໍ້ກຳຫນົດ ເເລະ ເງື່ອນໄຂໃນການຂົນສົ່ງ

 ສິ່ງທີ່ທ່ານຄວນຮູ້ກ່ອນໃຊ້ບໍລິການ: 

- ຄ່າບໍລິການເລີ່ມຕົ້ນ 6,500 ກີບ ປະເທດຕໍ່ປະເທດ ຝາກມື້ນີ້ເຖິງມື້ອື່ນ:

- ຄ່າບໍລິການ 5,000 ກີບອັດຕະປື ສົ່ງພາຍໃນວັນ

- ສຳຫຼັບເຂດຫ່າງໄກໃນເມືອງ: ເພີ່ມ 5,000 ກີບ/ພັດສະດຸ


 ລາຍຊື່ເຂດຫ່າງໄກລຸ່ມນີ້: 

- ຄ່າຮັບເຄື່ອງເຖິງທີ່: ຟຣີ

- ບໍລິສັດຈະຮັບປະກັນທົດແທນຄວາມເສຍຫາຍຂອງສິນຄ້າມູນຄ່າບໍ່ເກີນ 300,000 ກີບ/ພັດສະດຸເທົ່ານັ້ນ

ການຫຸ້ມຫໍ່ພັດສະດຸທີ່ເຫມາະສົມ

1.ປະເພດຖົງຢາງພາສຕິກຫລືຖົງພາສຕິກທີ່ມີກາວຕິດປາກຖົງ: ເຫມາະສຳຫລັບພັດສະດຸປະເພດແຜ່ນແພ,ເສື້ອຜ້າທີ່ມີຄວາມອ່ອນນຸ້ມທີ່ບໍ່ສ່ຽງຕໍ່ການເສຍຊົງເວລາຖືກພັບຫລືເຕັງເວລາຂົນສົ່ງເເລະຄວນປິດປາກຖົງໃຫ້ສະຫນິດທຸກຄັ້ງ.

2. ປະເພດກ່ອງເຈ້ຍເຫມາະສຳຫລັບສິນຄ້າປະເພດທີ່ຕ້ອງໄດ້ຮັກສາເປັນພິເສດເເລະສິນຄ້າທີ່ສ່ຽງຕໍ່ການແຕກຫັກ,ເປ່ເພ,ເສຍຫາຍງ່າຍ,ເເລະຄວນຫຸ້ມຫໍ່ໂຟມກັນກະທົບອີກຊັ້ນເພື່ອປ້ອງກັນການກະທົບກະເເທກໃນເວລາຂົນສົ່ງສິນຄ້າທີ່ອາດເຮັດໃຫ້ເກີດຄວາມເສຍຫາຍໄດ້ງ່າຍ.

ຄຳຈຳກັດຄວາມ

ຄຳສັບຕໍ່ໄປນີ້ທີ່ໃຊ້ໃນຂໍ້ຕົກລົງເເລະເງື່ອນໄຂຈະມີຄວາມຫມາຍຕາມທີ່ກຳຫນົດໄວ້ດ້ານລຸ່ມ ເວັ້ນເສຍເເຕ່ວ່າລະບຸໄວ້ເປັນຢ່າງອື່ນ

1. “ເຮົາ” “ພວກເຮົາ” ຫລື “ຂອງເຮົາ” ຫມາຍເຖີງ ບໍລິສັດ ໂອເຈັກ ເອັກເພຣສ໌ ຈຳກັດ ພະນັກງານ ຜູ້ຮັບເຫມົາຊ່ວງຫລືໂຕເເທນ

2.“ທ່ານ” ຫລື “ຂອງທ່ານ” ຫມາຍເຖີງຜູ້ສົ່ງສິນຄ້າ ຜູ້ສົ່ງເຄື່ອງ ເເລະມີຊື່ເປັນຜູ້ສົ່ງສິນຄ້າໃນໃບນຳສົ່ງສິນຄ້າ

3. “ຜູ້ສົ່ງສິນຄ້າ” ຫມາຍເຖີງບຸກຄົນທີ່ມີຊື່ເປັນຜູ້ສົ່ງສິນຄ້າໃນໃບບິນນຳສົ່ງສິນຄ້າ

4. “ຜູ້ສົ່ງ” ຫມາຍເຖິງບຸກຄົນທີ່ມາສົ່ງພັດສະດຸເເກ່ພວກເຮົາ ຜູ້ສົ່ງອາດບໍ່ເເມ່ນເຈົ້າຂອງສິນຄ້າກໍເປັນໄປໄດ້.

5. “ຜູ້ຮັບມອບ” ຫມາຍເຖີງບຸກຄົນທີ່ມີຊື່ເປັນຜູ້ຮັບມອບໃນໃບນຳສົ່ງສິນຄ້າ

6. “ຜູ້ຮັບ” ຫມາຍເຖີງບຸກຄົນຫລືຜູ້ຮັບພັດສະດຸ ເຂົາ / ລາວ ອາດເປັນຜູ້ຮັບມອບເອງ ຫລືບຸກຄົນອື່ນ ໜະທີ່ຢູ່ຂອງຜູ້ຮັບມອບ ຫລືສຳນັກງານບໍລິຫານ / ນິຕິບຸກຄົນ ຕາມທີ່ຢູ່ຂອງຜູ້ຮັບມອບ

7. “ພັດສະດຸ” ຫມາຍເຖີງບັນຈຸພັນ / ຫຸ້ມຫໍ່ ທັງຫມົດທີ່ສົ່ງໃຫ້ເເກ່ ເເລະ ຮັບໂດຍເຮົາເພື່ອການຂົນສົ່ງພາຍໃຕ້ຫນື່ງໃບນຳສົ່ງສິນຄ້າ

8. “ໃບນຳສົ່ງສິນຄ້າ” ຫມາຍເຖີງໃບກາຕຣາສົ່ງ ຫລື ເອກະສານອື່ນທີ່ທຽບເທົ່າໃນຮູບເເບບກະດາດຫລືເອເລັກໂທຣນິກທີ່ກ່ຽວຂ້ອງກັບພັດສະດຸ

9. “ຂໍ້ຕົກລົງເເລະເງື່ອນໄຂ” ຫມາຍເຖີງຂໍ້ຕົກລົງເເລະເງື່ອນໄຂມາດຕະຖານເຫລົ່ານີ້ ລວມເຖີງທີ່ໄດ້ຮັບການເເກ້ໄຂຫລືເພີ່ມເຕີມໂດຍພວກເຮົາເປັນບາງຄັ້ງຄາວ

10. “ວັນເຮັດການ” ຫມາຍເຖິງວັນຈັນເຖີງວັນເສົາ ບໍ່ລວມວັນຢຸດບຸນປະເພນີຫລືວັນພັກເເຫ່ງຊາດໃນປະຕິທິນເເຫ່ງ ສປປ ລາວ

11. ການຍອມຮັບຂໍ້ຕົກລົງເເລະເງື່ອນໄຂຂອງເຮົາ

   ເມື່ອສັ່ງຊື້ບໍລິການຂອງເຮົາຫລືສົ່ງມອບສິນຄ້າໃຫ້ເຮົາທ່ານຍອມຮັບຂໍ້ກຳຫນົດໃນນາມຜູ້ຈັດສົ່ງ ຜູ້ມອບຮັບເເລະບຸກຄົນອື່ນໃດທີ່ມີຫລືອ້າງວ່າມີສ່ວນໄດ້ເສຍກັບພັດສະດຸ ຊື່ງທ່ານເເລະບຸກຄົນດັ່ງກ່າວຈະຜູກພັນຕາມຂໍ້ຕົກລົງເເລະເງື່ອນໄຂ

ພັດສະດຸຕ້ອງຫ້າມ

   ລາຍການຕໍ່ໄປນີ້ຖືກເປັນພັດສະດຸຕ້ອງຫ້າມ ເເລະທ່ານທີ່ຈະບໍ່ສົ່ງາສິນຄ້າໃດໆ ຕໍ່ໄປນີ້ເປັນພັດສະດຸ

1. ສິນຄ້າຜິດກົດຫມາຍຫລືຕ້ອງຫ້າມຕາມກົດຫມາຍເເລະຂໍ້ບັງຄັບທີ່ກ່ຽວຂ້ອງ

2. ສິນຄ້າອັນຕະລາຍລວມເຖີງສິນຄ້າສ່ຽງອັນຕະລາຍຫລຶເປັນພິດ ພັດສະດຸລະເບີດ ອາວຸດຫລືປືນ

3. ເເບັດເຕີລີ່ລົດທຸກຊະນິດປະເພດໃຊ້ງານເເລ້ວ

4. ຢາສູບທຸກຊະນິດ ຢາສູບເອເລັກໂທນິກເເລະຜະລິດຕະພັນທີ່ກ່ຽວຂ້ອງ

5. ເຄື່ອງດື່ມເອກໍຮໍ

6. ທະນະບັດ ເງິນສົດ ເເລະ ເອກະສານທຽບເທົ່າ

7. ບັດເຄດິດ ບັດເດບິດ ຫລຶບັດເງິນສົດ

8. ເອກະສານສ່ວນບຸກຄົນທີ່ອອກໂດຍຫນ່ວຍງານລັດທະບານ ເຊັ່ນ ບັດປະຈຳຕົວ ຫນັງສືຜ່ານເເດນ ໃບຂັບຂີ່ເປັນຕົ້ນ

9. ເອກະສານທີ່ມີຂໍ້ມູນເປັນຄວາມລັບ

10. ທອງເເທ່ງ ຫລືສິນຄ້າມີຄ່າ/ເຄີ່ງມີຄ່າ

11. ວັດຖຸສະສົມ ເຊັ່ນບູຮານວັດຖຸ ງານສິນ

12. ພືດ

13. ສັດທີ່ມີຊີວິດ

14. ສາກມະນຸດຫລືສັດ ຊີ້ນສ່ວນຂອງຮ່າງກາຍ ຫລຶ ອະໄວຍະວະ

15. ອາຫານສົດຫລືອາຫານດິບ

16. ບັນຈຸພັນທີ່ສົ່ງກິນໃດໆເຊັ່ນ ຖົ່ວລຽນ ຫລືຂອງບູດເນົ່າຕ່າງໆ

17. ການຈັດສົ່ງໂດຍບໍບັນຈຸພັນຫລືຫຸ້ມຫໍ່ທີ່ເຫມາະສົມຫລືພຽງພໍ

18. ພັດສະດຸກ່ອງໂຟມ

19. ພັດສະດຸອາດເຮັດໃຫ້ການລ່າຊ້າຫລືຄວາມເສຍຫາຍເເກ່ພັດສະດຸ ອຸປະກອນຫລືບຸກຄົນອື່ນ

20. ພັດສະດຸທີ່ມີຜົນລວມຂອງຄວາມຍາວ ຄວາມສູງເເລະຄວາມກວ້າງຫລາຍກວ່າ75 ຊມ ຫລຶຫນັກເກີນ5 ກກ ຫລື

21. ພັດສະດຸທີ່ຕ້ອງໃຊ້ການໃຫ້ເຮົາໄດ້ຮັບອະນຸຍາດພິເສດໃບອະນຖຍາດສຳຫລັບການຂົນສົ່ງ ການນຳເຂົ້າຫລືສົ່ງອອກ

*ໝາຍເຫດ: ເເມ່ນຈະມີບົດບັນຍັດອື່ນໃດເຮົາຈະບໍ່ຮັບຜິດຊອບຕໍ່ຄວາມສູນເສຍຄວາມເສຍຫາຍຫລືການສົ່ງມອບລ້າຊ້າຕໍ່ລາຍການໃດໆ ທີ່ລະບຸໄວ້ຂໍ້ 1

 

 

ພັດສະດຸທີ່ບໍ່ສາມາດຮຽກຮ້ອງຄ່າເສຍຫາຍໄດ້

 ເຮົາອາດຍອມຮັບລາຍການດັ່ງຕໍ່ໄປນີ້ພາຍໃຕ້ເງື່ອນໄຂບາງປະການ ເເຕ່ເງື່ອນໄຂການຮຽກຮ້ອງກໍ່ເເຕກເເຕກຕ່າງຈາກປົກະຕິ

1. ອາຫານເເຫ້ງ ລູກອົມ ຊັອກໂກເເລັດ

2. ອາຫານທີ່ເນົ່າເປື່ອຍໃນບັນຈຸພັນທີເຫມາະສົມ

3. ບັດຄຸປອງ ບັດຊິງໂຊກ ບັດຂອງຂວັນ

4. ເອກະສານ ໃບເເຈ້ງຫນີ້ ໃບບິນຮັບເງິນ

5. ຜະລິດຕະພັນທີ່ເປັນຂອງເເຫຼວ ເຊັ່ນ ນ້ຳ ນ້ຳມັນ ຄີມ ເຊລ່ຳ ເຈວ ເເລະອື່ນໆ

6. ເເບັດເຕີຣີ່ລົດຍົນ / ລົດຈັກ

7. ປະເພດແກ້ວຕ້ອງຫຸ້ມຫໍ່ໃຫ້ດີ (ທາງບໍລິສັດຈະບໍ່ຮັບປະກັນຖ້າຫາກແຕກຫັກ)

ການຮັບປະກັນເເລະການຊົດໃຊ້ຄ່າເສຍຫາຍຂອງຜູ້ສົ່ງສິນຄ້າ

1. ຜູ້ສົ່ງສິນຄ້າຕ້ອງຊົດໃຊ້ຄ່າເສຍຫາຍເເລະເຮັດໃຫ້ເຮົາບໍ່ເປັນອັນຕະລາຍຈາກຄວາມສູນເສຍຫລືຄວາມເສຍຫາຍທີ່ເກີດຂື້ນຈາກການທີ່ຜູ້ສົ່ງສິນຄ້າບໍ່ປະຕິບັດຕາມການຮັບປະກັນຕໍ່ໄປນີ້

1.1. ພັດສະດຸບໍ່ເເມ່ນລາຍການທີ່ລະບຸໄວ້ໃນຂໍ້(ພັດສະດຸຕ້ອງຫ້າມ1)

1.2. ຜູ້ສົ່ງສິນຄ້າຕ້ອງຊົດໃຊ້ຄ່າເສຍຫາຍເເລະເຮັດໃຫ້ເຮົາບໍ່ເປັນອັນຕະລາຍຈາກຄວາມສູນເສຍຫລືຄວາມເສຍຫາຍທີ່ເກີດຂື້ນຈາກການທີ່ຜູ້ສົ່ງສິນຄ້າບໍ່ປະຕິບັດຕາມການຮັບປະກັນຕໍ່ໄປນີ້

1.3. ຜູ້ສົ່ງສິນຄ້າປະຕິບັດຕາມກົດຫມາຍເເລະຂໍ້ບັງຄັບຂອງກົມພາສີອາກອນ ການນຳເຂົ້າ ການສົ່ງອອກເເລະອືື່ນໆ ທີ່ໃຊ້ບັງຄັບທັງຫມົດ

1.4. ພັດສະດຸຖືກບັນຈຸຢ່າງພຽງພໍເເລະເຫມາະສົມເພື່ອປ້ອງກັນຄວາມເສຍຫາຍໃນລະຫວ່າງການຈັດສົ່ງ

2. ຜູ້ສົ່ງສິນຄ້າຈະຕ້ອງຄຳນຶງວ່າ ໃນກໍລະນີທີ່ເກີດການສູນເສຍຫລືຄວາມເສຍຫາຍ ຄ່າຂໍຊົດໃຊ້ຄ່າເສຍຫາຍອາດບໍ່ໄດ້ຮັບການພິດຈາລະນາຖ້າພັດສະດຸເປັນລາຍການທີ່ລະບຸໄວ້ໃນຂໍ້ 4

3. ຜູ້ສົ່ງສິນຄ້າຕ້ອງລະບຸຂໍ້ມູນທີ່ຖືກຕ້ອງໃນໃບນຳສົ່ງສິນຄ້າ ລວມເຖິງເເຕ່ບໍ່ຈຳກັດພຽງພໍ

3.1. ຊື່ ທີ່ຢູ່ຂອງຜູ້ສົ່ງສິນຄ້າເເລະຫມາຍເລກຕິດຕໍ່

3.2. ຊື່ ທີ່ຢູ່ຜູ້ຂອງຜູ້ຮັບມອບເເລະຫມາຍເລກໂທລະສັບ

3.3. ຂໍ້ມູນຂອງພັດສະດຸເຊັ່ນ ຈຳນວນເເພັດເກັດ ມູນຄ່າທີ່ລະບຸ ຈຳນວນເອີ້ນເກັບປາຍທາງ(COD)ຖ້າມີ

3.4. ປະເພດຂອງບໍລິການ

3.5. ຄຳເເນະນຳພິເສດອື່ນໆ(ຖ້າມີ)

4. ດ້ວຍເຫດຜົນດ້ານຄວາມປອດໄພ ຜູ້ສົ່ງຈະຕ້ອງເເນບເອກະສານປະຈຳຕົວສ່ວນບຸກຄົນເຊັ່ນ ບັດປະຈຳໂຕຫລືຫນັງສືຜ່ານເເດນ ໃຫ້ກັບພະນັກງານຂອງເຮົາເພື່ອບັນທືກ(ປັດຈຸບັນຍັງບໍທັນບັງຄັບໃຊ້)

5. ພັດສະດຸທີ່ຄ້າງສາງເກີນ 7 ວັນຜູ້ສົ່ງຕ້ອງເສຍຄ່າຝາກສາງວັນລະ 1,000 ກີບ ແລະ ຝາກສາງບໍ່ເກີນ 14 ວັນ.

6. ຜູ້ສົ່ງຕ້ອງຮັບຜີດຊອບຄ່າຂົນສົ່ງທັງໝົດໃນກໍລະນີທີ່ໃຫ້ເກັບຄ່າຂົນສົ່ງກັບຜູ້ຮັບປາຍທາງແຕ່ບໍ່ສາມາດຈັດສົ່ງສຳເລັດໄດ້

 

 

ການຈັດສົ່ງພັດສະດຸ

1. ການຈັດສົ່ງຈະຖືວ່າເສັດສີ້ນເມື່ອພັດສະດຸຖືກສົ່ງໄປຍັງທີ່ຢູ່ຂອງຜູ້ຮັບມອບຊື່ລະບຸໄວ້ໃນໃບນຳສົ່ງສິນຄ້າເເຕ່ບໍ່ຈຳເປັນຕ້ອງມີຊື່ຜູ້ຮັບມອບຢູ່

2. ພັດສະດຸບໍ່ສາມາດສົ່ງໄປຍັງຕູ້ໄປສະນີຫລືລະຫັດໄປສະນີ.

3. ຖ້າຜູ້ຮັບມອບບໍ່ພ້ອມຮັບພັດສະດຸຕາມທີ່ຢູ່ ເຮົາອາດຈັດສົ່ງໃຫ້ບຸກຄົນອື່ນ ນະທີ່ຢູ່ຂອງຜູ້ຮັບມອບ (ເຊັ່ນເພື່ອນຮ່ວມງານ ສະມາຊິກໃນຄອບຄົວ ໆລໆ)ພັດສະດຸທີ່ຖືກສົ່ງໄປຍັງທີ່ຢູ່ຊື່ງມີພື້ນທີ່ຮັບເຄື່ອງສ່ວນກາງ ອາດຖືກສົ່ງໄປຍັງພື້ນທີ່ດັ່ງກ່າວ ເຊັ່ນ ສຳນັກງານນິຕິບຸກຄົນ ສຳນັກງານບໍລິຫານ ຝ່າຍຕ້ອນຮັບ ນະທີ່ຢູ່ຂອງຜູ້ຮັບມອບ ເພື່ອຄວາມປອດໄພຂອງພັດສະດຸເຮົາຈະບໍ່ຈັດສົ່ງພັດສະດຸໄປຍັງສະຖານທີ່ຊື່ງບໍ່ມີຜູ້ຮັບເເມ່ນຈະໄດ້ຮັບການຮ້ອງຂໍຈາກຜູ້ສົ່ງສິນຄ້າ / ຜູ້ຮັບມອບ

4. ເຮົາຈະບໍ່ສົ່ງມອບພັດສະດຸໄປຍັງທີ່ຢູ່ອື່ນນອກເຫນືອຈາກທີ່ຢູ່ຂອງຜູ້ຮັບມອບຊື່ງລະບຸໄວ້ໃນໃບນຳສົ່ງສິນຄ້າ ເວັ້ນເສຍເເຕ່ຈຳໄດ້ຮັບຄຳເເນະນຳຈາກຜູ້ສົ່ງສິນຄ້າ ຜູ້ຮັບມອບຈະຕ້ອງຕິດຕໍ່ຫາຜູ້ສົ່ງສິນຄ້າ ເພື່ອຂໍຂໍ້ມູນດັ່ງກ່າວ

ຫລັກຖານການຈັດສົ່ງ

1. ຈຳເປັນຕ້ອງມີລາຍເຊັນຈາກຜູ້ຮັບມອບເພື່ອເປັນຫລັກຖານການຈັດສົ່ງ

2. ໃນກໍລະນີທີ່ຜູ້ຮັບບໍ່ເເມ່ນຜູ້ຮັບມອບ ຜູ້ຈັດສົ່ງຂອງເຮົາຈະພະຍາຍາມຢືນຢັນຕົວຕົນຂອງຜູ້ຮັບຢ່າງສົມເຫດສົມຜົນຈຳເປັນຕ້ອງມີລາຍເຊັນຂອງຜູ້ຮັບດັ່ງກ່າວເພື່ອເປັນຫລັກຖານການຈັດສົ່ງ

3. ໃນກໍລະນີພິເສດທີ່ບໍ່ສາມາດລົງລາຍມືຊື່ໄດ້ ຜູ້ຈັດສົ່ງຂອງເຮົາຈະຂຽນເປັນຫມາຍເຫດໄວ້ ບາງຄັ້ງບໍ່ສາມາດລົງລາຍມືຊື່ໄດ້ດ້ວຍເຫດຜົນຫລາຍປະການ

 

 

ການຈັດສົ່ງບໍ່ສຳເລັດ

1. ອາດເກີດການຈັດສົ່ງບໍ່ສຳເຫລັດໄດ້ຈາກເຫດຜົນດັ່ງກ່າວເຊັ່ນ

1.1. ຜູ້ຮັບມອບປະຕິເສດການຈັດສົ່ງຫລືຈ່າຍເງິນເອີ້ນເກັບປາຍທາງ

1.2. ບໍ່ສາມາດລະບຸຫລືບອກຕຳເເຫນ່ງຂອງຜູ້ຮັບມອບໄດ້ຢ່າງສົມເຫດສົມຜົນ

1.3. ບໍ່ມີບຸກຄົນເຫມາະສົມລໍຖ້າຮັບພັດສະດຸຕາມທີ່ຢູ່ຂອງຜູ້ຮັບມອບ

1.4. ພັດສະດຸລໍຖ້າການດຳເນີນການຈາກຜູ້ຮັບຮັບມອບ(ເຊັ່ນ ໂທກັບເພື່ອຢືນຢັນການຈັດສົ່ງ ຮັບພັດສະດຸທີ່ຈຸດບໍລິການຂອງເຮົາ ເລື່ອນການຈັດສົ່ງເປັນຕົ້ນ)

2. ປະມານວັນທີຈັດສົ່ງ ກໍລະນີທີ່ການຈັດສົ່ງບໍ່ສຳເຫລັດໃນຄັ້ງເເລກ ເຮົາຈະພາຍາຍາມຈັດສົ່ງໃຫ້ອີກຄັ້ງຫນື່ງ ພາຍໃນ 2 ວັນທຳການພາຍໃນ 7 ວັນທຳການຖັດໄປໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ (ເຊັ່ນ ພະຍາຍາມຈັດສົ່ງສູງສຸດ 3 ຄັ້ງ)

3. ຖ້າເຮົາເຊື່ອວ່າຂໍ້ມູນຂອງຜູ້ຮັບມອບຈາກຜູ້ສົ່ງສິນຄ້າບໍ່ຖືກຕ້ອງຫລຶບໍ່ສົມບູນ ເຮົາຈະພັກພັດສະດຸໄວ້ ເເລະ ຂໍຄຳເເນະນຳເພີ່ມເຕີມຈາກຜູ້ສົ່ງສິນຄ້າ

ການຈັດສົ່ງລ້າຊ້າ

1. ການຈັດສົ່ງລ້າຊ້າ ຫມາຍເຖີງການຈັດສົ່ງທີ່ເສັດສີ້ນເເລ້ວ ຊື່ງໃຊ້ເວລາເກີນກວ່າວັນທີ່ຈັດສົ່ງໂດຍປະມານ ວັນທີ່ຈັດສົ່ງທີ່ກຳຫນົດເປັນພຽງການປະມານເທົ່ານັ້ນເເລະບໍ່ມີການຮັບປະກັນ

2. ຂະນະທີ່ເຮົາພະຍາຍາມສົ່ງມອບສົ່ງມອບພັດສະດຸຢ່າງເຫມາະສົມຕາມຕະລາງເວລາການຈັດສົ່ງພັດສະດຸ ເເລະເຮົາບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໂດຍຕົງຫລືໂດຍອ້ອມທີ່ເກີດຈາກຄວາມລ້າຊ້າໃນການຈັດສົ່ງ

 

 

ພັດສະດຸທີ່ບໍ່ໄດ້ສົ່ງມອບເເລະການສົ່ງຄືນພັດສະດຸ

1. ຈະຖືວ່າພັດສະດຸນັ້ນຍັງ “ບໍ່ໄດ້ຮັບການສົ່ງມອບ” ໃນບາງກໍລະນີເຊັ່ນ

1.1. ການຈັດສົ່ງຊ້ຳບໍ່ສຳເຫລັດ

1.2. ບໍ່ສາມາດຈັດສົ່ງພັດສະດຸໄດ້ພາຍໃນ 7 ວັນທຳການຕາມປະມານວັນທີ່ຈັດສົ່ງ

1.3. ຜູ້ສົ່ງສິນຄ້າບໍ່ສາມາດໃຫ້ຄຳເເນະນຳເພີ່ມເຕີມຕາມຄຳຂໍຂອງເຮົາຫລື

1.4. ຜູ້ສົ່ງສິນຄ້າຂໍຍົກເລີກການຈັດສົ່ງເເລະ / ຫລືສົ່ງຄືນພັດສະດຸດ້ວຍເຫດຜົນໃດໆກໍ່ຕາມ

2. ພັດສະດຸທີ່ບໍ່ໄດ້ສົ່ງມອບຈະຖືກສົ່ງກັບໄປໃຫ້ຜູ້ສົ່ງສິນຄ້າໂດຍຜູ້ສົ່ງສິນຄ້າຈະເປັນຜູ້ຮັບຄ່າໃຊ້ຈ່າຍ ຫາກບໍ່ມີຜູ້ຮັບເຮົາຈະທຳການປ່ອຍພັດສະດຸ ຈຳຫນ່າຍຫລືຂາຍໂດຍບໍ່ຕ້ອງຮັບຜິດໃດໆ ຕໍ່ຜູ້ສົ່ງສິນຄ້າ ຫລືບຸກຄົນອື່ນ ໂດຍເງິນທີ່ໄດ້ນຳໄປໃຊ້ກັບຄ່າບໍລິການເເລະຄ່າໃຊ້ຈ່າຍໃນການບໍລິຫານເເລະດຸນຍອດຂາຍທີ່ຈະຕ້ອງຄືນຜູ້ສົ່ງສິນຄ້າ(ຖ້າມີ)

3. ບໍ່ສາມາດຂໍຄືນຄ່າທຳນຽມການຈັດສົ່ງທັ້ງຫມົດເເລະຄ່າໃຊ້ຈ່າຍອື່ນທີ່ຈ່າຍເພື່ອສົ່ງພັດສະດຸໄດ້

4. ພັດສະດຸອາດຖືກສົ່ງໄປຍັງທີ່ຢູ່ຂອງຜູ້ສົ່ງສິນຄ້າໂດຍຕົງຫລືໄປຍັງຈຸດບໍລິການຂອງເຮົາເຊີ່ງຜູ້ສົ່ງສິນຄ້າເປັນຄົນກຳຫນົດໄປຮັບ

5. ຖ້າຈະສົ່ງພັດສະດູທີ່ສົ່ງຄືນເເລ້ວໄປຍັງທີ່ຢູ່ຂອງຜູ້ສົ່ງສິນຄ້າ ຕ້ອງປະຕິບັດຕາມຂໍ້ກຳຫນົດຂໍ້ 6 ເຖີງຂໍ້ 9

6. ຖ້າຈະຮັບພັດສະດຸທີ່ສົ່ງຄືນນະຈຸດບໍລິການທີ່ຜູ້ສົ່ງສິນຄ້າກຳຫນົດເຮົາຈະຕິດຕໍ່ຜຸ້ສົ່ງໃນວັນທີພັດສະດຸມາເຖິງເເລະຜູ້ສົ່ງສິນຄ້າຈະຕ້ອງໄປຮັບພັດສະດຸດັ່ງກ່າວພາຍໃນ 7 ວັນທຳການ ຫາກບໍ່ມີຜູ້ຮັບເຮົາຈພທຳການປ່ອຍພັດສະດຸ ຈຳຫນ່າຍຫລືຂາຍໂດຍບໍ່ຕ້ອງຮັບຜິດຊອບໃດໆ ຕໍ່ຜູ້ສົ່ງສິນຄ້າ ຫລືບຸກຄົນອື່ນໂດຍບໍ່ຕ້ອງເເຈ້ງໃຫ້ຊາບລ່ວງຫນ້າ ໂດຍເງິນທີ່ໄດ້ນຳໄປໃຊ້ກັບຄ່າບໍລິການເເລະຄ່າໃຊ້ຈ່າຍໃນການບໍລິຫານເເລະດຸນຍອດຂາຍທີ່ຈະຕ້ອງຄືນຜູ້ສົ່ງສິນຄ້າ(ຖ້າມີ)

 

 

ຄ່າຈັດສົ່ງເເລະຄ່າໃຊ້ຈ່າຍອື່ນໆ

1. ຜູ້ສົ່ງສິນຄ້າຈະຕ້ອງເປັນຜູ້ຊຳລະຄ່າທຳນຽມການຈັດສົ່ງ

2. ນອກຈາກນີ້ຍັງມີຄ່າໃຊ້ຈ່າຍອື່ນໆເຊັ່ນ ຄ່າປະກັນໄພ ຄ່າຄືນພັດສະດຸ ຄ່າບໍລິການດ່ວນພິເສດ ເເລະອື່ນໆ ໃນການຈັດສົ່ງພັດສະດຸ ຄ່າໃຊ້ຈ່າຍທັ້ງຫມົດອາດມີການປ່ຽນເເປງໄດ້ໂດຍບໍ່ຕ້ອງເເຈ້ງໃຫ້ຊາບລ່ວງຫນ້າ

 

 

ບໍລິການເກັບເງິນປາຍທາງ(COD) ເເລະຄ່າບໍລິການເກັບເງິນປາຍທາງ

1. ຫາກທ່ານເລືອກບໍລິການເກັບເງິນປາຍທາງຜູ້ສົ່ງສິນຄ້າ ຈະຕ້ອງຊຳລະຄ່າບໍລິການເກັບເງິນປາຍທາງ ຈຳນວນເງິນສູງສຸດທີ່ເຮົາສາມາດເອີ້ນເກັບປາຍທາງໄດ້ຄື 2,000,000ລ້ານກີບ ຕໍ່ 1 ໃບນຳສົ່ງສິນຄ້າ

2. ບໍລິການເກັບເງິນປາຍທາງບໍ່ເຮັດໃຫ້ເຮົາເປັນໂຕເເທນຂອງຜູ້ສົ່ງສິນຄ້າຫລືກໍ່ໃຫ້ເກີດພາລະຜູກພັນເຮົາກັບຜູ້ຮັບມອບ

13. ຜູ້ສົ່ງສິນຄ້າຍອມຮັບຄວາມສ່ຽງທັ້ງຫມົດທີ່ກ່ຽວຂ້ອງກັບການຊຳລະເງິນ ລວມທັ້ງການບໍ່ຊຳລະເງິນ ເງິນບໍ່ພຽງພໍຫລືການປອມເເປງ

 

 

ການເເກ້ໄຂທີ່ຢູ່ເເລະການກຳຫນົດເສັ້ນທາງໃຫມ່

1. ຫາກຜູ້ສົ່ງສິນຄ້າບໍ່ສາມາດໃຫ້ທີ່ຢູ່ທັ້ງຫມົດຫລືທີ່ຖືກຕ້ອງຂອງຜູ້ຮັບມອບໄດ້ ເຮົາຈະພະຍາມຄົ້ນຫາທີ່ຢູ່ທີ່ຖືກຕ້ອງເເລະສົ່ງມອບພັດສະດຸ ຫາກບໍ່ສຳເຫລັດ ເຮົາຈະພະຍາຍາມຕິດຕໍ່ຜູ້ສົ່ງສິນຄ້າເພື່ອຂໍຄຳເເນະນຳ ຫາກຕ້ອງການກຳຫນົດເສັ້ນທາງໃຫມ່ຫລັງຈາກຜູ້ສົ່ງສິນຄ້າລະບຸທີ່ຢູ່ທີ່ຖືກຕ້ອງໃຫມ່ອາດມີຄ່າທຳນຽມເພີ່ມເຕີມ

2. ຫາກຜູ້ຮັບມອບຂໍປ່ຽນທີ່ຢູ່ໃນການຈັດສົ່ງຜູ້ຮັບມອບຈະຕ້ອງຕິດຕໍ່ຜູ້ສົ່ງສິນຄ້າເຊີ່ງຈຳໃຫ້ຄຳເເນະນຳໃນການກຳຫນົດເສັ້ນທາງໃຫມ່

3. ກຳຫນົດເສັ້ນທາງໃຫມ່ຈະຕ້ອງຊຳລະຄ່າບໍລິການເພີ່ມເຕີມ

 

 

ສິດທິໃນການກວດສອບ

1. ເຮົາຂໍສະຫງວນສິດໃນການເປີດເເລະກວດສອບພັດສະດຸໂດຍບໍ່ຕ້ອງເເຈ້ງໃຫ້ທ່ານຊາບເພື່ອຄວາມປອດໄພ ຄວາມຫມັ່ນໃຈ ກົມພາສີອາກອນຫລືຕາມກົດລະບຽບ

2. ໃນທຳນອງດຽວກັນມີໂອກາດຂອງເຈົ້າຫນ້າທີ່ຂອງລັດອາດຕ້ອງເປີດເເລະກວດສອບພັດສະດຸບາງຊີ້ນ ເຮົາຈຳເປັນຕ້ອງປະຕິບັດຕາມຄຳເເນະນຳດັ່ງກ່າວຢ່າງເຕັມທີ່ ເຊີ່ງໃນກໍລະນີນີ້ບໍ່ຈໍາເປັນຕ້ອງເເຈ້ງໃຫ້ຜູ້ສົ່ງສິນຄ້າຫລືຜູ້ຮັບມອບຊາບລ່ວງຫນ້າ

 

 

ຄວາມຮັບຜິດຊອບຂອງເຮົາ

1. ຄວາມຮັບຜິດຊອບໃນພັດສະດຸໃດໆ ນັ້ນຈະຈໍາກັດພຽງການສູນເສຍເເລະຄວາມເສຍຫາຍໂດຍຕົງເເລະລວມມູນຄ່າສູງສຸດບໍ່ເກີນ 500,000ກີບ ຕໍ່ 1 ໃບນຳສົ່ງສິນຄ້າເວັ້ນເສຍເເຕ່ວ່າມີການລະບຸໄວ້ເປັນຢ່າງອື່ນໃນຂໍ້ຕົກລົງຮ່ວມກັນເປັນລາຍລັກອັກສອນລະຫວ່າງຜູ້ສົ່ງສິນຄ້າເເລະເຮົາເເລະຂື້ນຢູ່ກັບການຊຳລະເງິນຄ່າທຳນຽມປະກັນໄພຂອງຜູ້ສົ່ງສິນຄ້າ

2. ເຮົາຈະບໍຮັບຜິດຖ້າບໍ່ປະຕິບັດຕາມຂໍ້ 1 ແລະ ພາຍໃຕ້ສະຖານະການດັ່ງຕໍ່ໄປນີ້

2.1. ການສູນຫາຍຫລືຄວາມເສຍຫາຍຕໍ່ພັດສະດຸທີ່ບັນຈຸລາຍການດັ່ງລະບຸໄວ້ໃນຂໍ້ 3.1

2.2. ການສູນຫາຍຫລືຄວາມເສຍຫາຍທີ່ເກີດຂື້ນຈາກການສົ່ງມອບພັດສະດຸລ່າຊ້າ

2.3. ການສູນຫາຍຫລືຄວາມເສຍຫາຍຕໍ່ພັດສະດຸເນື່ອງຈາກສະຖານະການທີ່ຢູ່ນອກເຫນືອການຄວມຄຸມຂອງເຮົາ(ເບີ່ງຂໍ້ 16) ຫລື

2.4. ການສູນເສຍຫລືຄວາມເສຍຫາຍທາງອ້ອມຫລືທີ່ເປັນຜົນຈາກການກະທຳອື່ນ

2.5. ການຜິດພາດຂອງບໍລິສັດຂົນສົ່ງອື່ນທີ່ຮັບມອບຕໍ່ຈາກເຮົາ

3. ສິນຄ້າທີ່ຄ້າງສາງເກີນ 14 ວັນເຮົາຈະບໍ່ຮັບຜິດຊອບກັບຄວາມເສຍຫາຍໃດໆທີ່ເກີດຂຶ້ນ (ຂໍ້ 5.5)

4. ຜູ້ສົ່ງສາມາດນຳຄືນ ຫຼື ທວງຖາມລາຍລະອຽດພັດສະດຸຍ້ອນຫຼັງຄືນໄດ້ບໍ່ເກີນ 30 ວັນຫຼັງສົ່ງມອບພັດສະດຸໃຫ້ເຮົາ

 

 

ສະຖານະການນອກເຫນືອການຄວມຄຸມຂອງເຮົາ

1. ເຮົາບໍ່ຮັບຜິດຊອບຕໍ່ຄວາມສູນເສຍຫລືຄວາມເສຍຫາຍທີ່ເກີດຂື້ນຈາກສະຖານະການທີ່ຢູ່ນອກເຫນືອການຄວບຄຸມຂອງເຮົາຊື່ງລວມເຖີງເເຕ່ບໍ່ຈຳກັດພຽງ

1.1. ຄວາມເສຍຫາຍຂອງຂໍ້ມູນເນື່ອງຈາກຜົນກະທົບຈາກສະຖານະການເເມ່ເຫລັກຂອງພັດສະດຸອື່ນ

1.2. ການກະທຳຫລືການລະເລີຍໂດຍບຸກຄົນທີ່ບໍ່ໄດ້ເຮັດວຽກເຮັດສັນຍາກັບເຮົາ ເຊັ່ນ ຜູ້ສົ່ງສິນຄ້າ ຜູ້ຮັບມອບ ບຸກຄົນທີ່ສາມ ເຈົ້າຫນ້າທີ່ລັດ

1.3. ເຫດສຸດວິໃສ ເຊັ່ນ ສົງຄາມ (ທັ້ງທີ່ປະກາດຫລືບໍ່ປະກາດຢ່າງເປັນທາງການ) ເຫດລະເບີດ ການໃຊ້ອາວຸດສົງຄາມ ລວມທັ້ງການຍືດພັດສະດຸ ການນັດຢຸດງານຂອງພະນັກງານ ເຫດສຸດວິໃສ(ເຊັ່ນ ນ້ຳຖ້ວມ ເເຜ່ນດິນໄຫວ ພາຍຸ ໆລໆ)

ກົດຫມາຍທີ່ບັງຄັບໃຊ້

ຂໍ້ຕົກລົງເເລະເງືອນໄຂຈະຢຸ່ພາຍໃຕ້ກົດຫມາຍເເຫ່ງ ສປປ ລາວ ເເລະຄູ່ສັນຍາທັ້ງສອງຝ່າຍຢູ່ພາຍໃຕ້ເຂດອຳນາດສານເເຫ່ງ ສປປ ລາວ ໂດຍບໍ່ອາດເຜີກເສີຍໄດ້

bottom of page